Home

ການ​ຮ້ອງ​ຟ້ອງຄະດີ​ຕໍ່​ກັບ​ລັດຖະບານ​ລາວ​ກໍາລັງ​ຖືກ​ນໍາ​ຂຶ້ນ​ສູ່​ສູນ​ແກ້​ໄຂ​ຂໍ້​ຂັດ​ແຍ້​ງສາກົນທາງ​ດ້ານ​ການ​ລົງທຶນ​ຂອງ​ທະນາຄານ​ໂລກ​ແມ່ນ​ສາມາດ​ທີ່​ຈະ​ເຮັດ​ໃຫ້​ປະ​ເທດ​ເສຍ​ຊື່​ສຽງ, ມີ​ຜົນ​ກະທົບ​ຕໍ່​ການ​ລົງທຶນ​ຂອງ​ຕ່າງປະ​ເທດ​ໃນ​ຕໍ່ໜ້າ.

​ໃນ​ຕົ້ນ​ເດືອນ​ສິງຫາ 2012, ບໍລິສັດ​ຖື​ຫຸ້ນ​ລາວ​ທີ່​ເປັນ​ຂອງ​ຈີນ ​ແລະ​ສາຂາ​ຂອງ​ບໍລິສັດ​ຄື: ບໍລິສັດ ລົງທຶນ​ສະ​ນໍາ (Sanum Investments) ​ໄດ້​ຍື່ນ​ຄໍາ​ຮ້ອງ​ຟ້ອງ​ຢູ່​ທີ່​ສູນ​ແກ້​ໄຂ​ຂໍ້​ຂັດ​ແຍ້​ງສາກົນທາງ​ດ້ານ​ການ​ລົງທຶນ (ICSID) ຂອງ​ທະນາຄານ​ໂລກ ​ເພື່ອ​ຢຸດຕິ​ການ​ທີ່​ລັດຖະບານ​ຈະ​ຍຶດຊັບ​ສິນ​ຂອງ​ບໍລິສັດ​ມູນ​ຄ່າ 400 ລ້ານ​ໂດ​ລາ. ການ​ເຄື່ອນ​ໄຫວ​ນີ້​ແມ່ນ​ຈະ​ມີ​ຜົນ​ກະທົບ​ຕໍ່​ກັບ ສປປ ລາວ ​ໃນ​ການ​ສະໝັກ​ເຂົ້າ​ເປັນ​ສະມາຊິກ​ຂອງ​ອົງການ ການ​ຄ້າ​ໂລກ (WTO) ​ແລະ​ເຮັດ​ໃຫ້​ເກີດ​ມີ​ຮອຍ​​ແປ້ວ​ຕໍ່​ກັບ​ຊື່​ສຽງ​ຂອງ​ຕົນ​ເອງ​ຢູ່​ໃນ​ເວທີ​ທຸລະ​ກິດ​ສາກົນ.

“ປະມານ​ປີ​ເຄິ່ງທີ່​ຜ່ານ​ມາ ພວກ​ເຮົາ​ໄດ້​ເລີ່​ມມີ​ສອງ​ສາມ​ບັນຫາ​ເກີດ​ຂຶ້ນ [ຢູ່​ໃນ ສປປ ລາວ] ​ແລະ​ມັນ​ໄດ້​ເລີ່​ມຊຸດ​ໂຊມ​ລົງ​ຕັ້​ງ​ແຕ່​ນັ້ນ​ມາ,” ນີ້​ແມ່ນ​ຄໍາ​ກ່າວ​ຂອງ​ທ່ານ ​ໂຈ​ດີ ຈໍ​ດາລ (Jody Jordahl), ປະທານ​ຂອງ​ບໍລິສັດ ສະ​ນໍາ (Sanum). “​ເມື່ອ​ບໍ່​ດົນ​ມາ​ນີ້​ພວກ​ເຮົາ​ເກືອບ​ຈະ​ຖືກ​ໄລ່​ອອກ​ຈາກ​ຄວາມ​ເປັນ​ເຈົ້າ​ຂອງ [ບ່ອນກາ​ຊິ​ໂນ​ທ່າ​ນາ​ແລ້ງ] ຢູ່​ທີ່​ຂົວ​ມິດຕະພາບ​ນະຄອນຫຼວງ​ວຽງ​ຈັນ, ​ແລະ​ໂຄງການ​ດັ່ງກ່າວ​ແມ່ນ​ໄດ້​ລົງທຶນ​ໄປ 25 ​ໂດ​ລາ. ພວກ​ເຮົາ [ຍັງ] ​ເສຍ​ການ​ສໍາ​ປະທານ ​ແລະ​ການ​ອະນຸຍາດ​ຫຼາຍ​ອັນ​ອີກ. ​​ໂຄງການ​ໃຫຍ່​ທີ່​ສຸດ​ຮອດ​ທຸກ​ມື້​ນີ້​ຄື: ຣີສອດຄົບ​ວົງ​ຈອນ​ສະຫວັນ​ເວ​ກັດ (Savan Vegas) ​ແມ່ນ​ຢູ່​ໃນ​ພາ​ວະ​ການ​ສ່ຽງ​ໄພ​ຈາກ​ກະຊວງ​ການ​ເງິນ ​ແລະ​ກົມ​ພາສີ, ​ດັ່ງ​ນັ້ນ ພວກ​ເຮົາ​ຈິ່ງ​ເຫັນ​ວ່າ​ມັນ​ອາດ​ຈະ​ຖືກ​ປິດ​ລົງ​ໄດ້​ໃນ​ມື້​ໃດ​ມື້​ໜຶ່ງ.”

ການ​ອ້າງ​ເຖິງ​ຄວາມ​ຫຼົ້ມ​ເຫຼວ​ໂດຍ​ລັດຖະບານ​ເພື່ອ​ສົ່ງ​ເສີມ​ສະພາບ​ທາງ​ດ້ານ​ເສດຖະກິດ ​ແລະ​ກົດໝາຍ​ທີ່​ໝັ້ນຄົງ, ບໍລິສັດ​ສະ​ນໍາ​ໄດ້​ຕໍ່ສູ້​ວ່າ ຂະ​ແໜງ​ຍຸຕິ​ທໍາ ​ແລະ​ອົງການ​ທາງ​ດ້ານ​ພາສີ​ຢູ່​ໃນ ສປປ ລາວ ​ໄດ້​ນໍາ​ໃຊ້​ຂັ້ນ​ຕອນ​ຕ່າງໆ ​ເພື່ອ​ເຮັດ​ໃຫ້​ບໍລິສັດ​ຕ່າງໆ​ທີ່​ຄອບຄົວ​ຂອງ​ຄົນ​ລາວ​ມີ​ສ່ວນ​ເຊື່ອມ​ໂຍງ​ເປັນ​ເຈົ້າ​ຂອງ​ນັ້ນ​ສາມາດ​ເຂົ້າ​ຄວບ​ຄຸມ​ໂຄງການ​ຂອງ​ສະ​ນໍາ. ຕະຫຼອດ​ໄລຍະ​ເວລາ​ຫຼາຍ​ກວ່າ​ຫ້າ​ປີ​ນັ້ນ, ບໍລິສັດ​ສະ​ນໍາ​ໄດ້​ລົງທຶນ​ໄປ​ເປັນ​ຊັບ​ສິນ​ຢູ່​ໃນ​ປະ​ເທດ​ລາວ​ເກີນ​ກວ່າ 85 ​ໂດ​ລາ, ​ເຊິ່ງປະຈຸ​ບັນ​ມີ​ມູນ​ຄ່າ 400 ລ້ານ​ໂດ​ລາ. ການ​ຮ້ອງ​ຟ້ອງ​ເພື່ອ​ໃຫ້​ມີ​ການ​ໄກ່​ເກ່ຍຢູ່​ທີ່ ICSID ​ແມ່ນ​ໄດ້​ເປັນ​ການ​ຕໍ່ສູ້​ຂອງ​ບໍລິສັດ​ສະ​ນໍາ ​ເພື່ອ​ບໍ່​ໃຫ້​ລັດຖະບານ​ຍຶດ​ເອົາ​ຊັບ​ສິນ​ຂອງ​ຕົນ​ເອງ.

ທ່ານ ຈໍ​ດາລ ກ່າວ​ວ່າ “ພວກ​ເຮົາ​ໄດ້​ປະຕິບັດ​ຕາມ​ທຸກ​ວິທີ​ທາງ​ທີ່​ເປັນ​ໄປ​ໄດ້​ຢູ່​ໃນ​ປະ​ເທດ”. ຄະດີ​ຂອງ​ບໍລິສັດ​ເມື່ອ​ບໍ່​ດົນ​ມາ​ນີ້​ແມ່ນ​ທາງ​ບໍລິສັດ​ສະ​ນໍາ​ໄດ້​ຖືກ​ຮ້ອງ​ຟ້ອງ​ເຂົ້າ​ມາ​ພິຈາລະນາ​ຄະດີ​ໂດຍ​ກຸ່ມບໍລິສັດ ​ເອັສ ທີ (ST Group) ທີ່​ເປັນ​ຫຸ້ນ​ສ່ວນ​ພາຍ​ໃນ ດ້ວຍ​ການ​ແຈ້ງ​ໃຫ້​ຮູ້​ພາຍ​ໃນ 48 ຊົ່ວ​ໂມງ. “ພວກ​ເຮົາ​ໄດ້​ຮັບ​ແຈ້ງ​ໃນ​ເວລາ​ໜ້ອຍ​ກວ່າ 48 ຊົ່ວ​ໂມງ ກ່ອນການ​ພິຈາລະນາ​ສືບສວນ [ຄັ້ງ​ໜຶ່ງ], ​ເຊິ່ງ​ໄດ້​ດໍາ​ເນີນ​ການ​ເມື່ອ​ສອງ​ສາມ​ອາທິດ​ຜ່ານ​ມາ,” ທ່ານ​ຈໍ​ດາລ ອະທິບາຍ​ເພີ່ມ.

“[ພວກ​ເຮົາ​ມີ] ​ເວລາ​ໜ້ອຍ​ກວ່າ 1 ຊົ່ວ​ໂມງ ​ເພື່ອ​ນໍາ​ສະ​ເໜີຄະດີ [​ແລະ] ພະຍານ​ຂອງ​ພວກ​ເຮົາ. ຜູ້​ພິພາ​ກສາ​ໃຫ້ການ​ພິຈາລະນາ​ໃນ​ເວລາ​ໜ້ອຍ​ກວ່າ​ເຄິ່ງຊົ່ວ​ໂມງ, ​ແລະ [​ເຂົາ​ເຈົ້າ] ມາ​ພ້ອມ​ກັບ​ບົດ​ລາຍ​ງານ​ທີ່​ໄດ້​ກະກຽມ​ມາ​ກ່ອນ​ຈໍານວນ 8 ໜ້າ ​ເຊິ່ງຕັດສິນ​ຄວາມ​ເປັນ​ເຈົ້າ​ຂອງ​​ໂຄງການທັງ​ໝົດຂອງ​ພວກ​ເຮົາ​ໃຫ້​ກັບກຸ່ມ​ບໍລິສັດ ​ເອັສ ທີ (ST Group). ມີ​ແຕ່​ພວກ​ເຮົາ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ໄດ້​ລົງທຶນ​ໄປ 25 ລ້ານ​ໂດ​ລາ​ໃນ​ໂຄງການ​ນັ້ນ, ​ແລະ​ບໍລິສັດ​ຫຸ້ນ​ສ່ວນ​ຂອງ​ພວກ​ເຮົາ [ບໍລິສັດ ST Group] ​ແມ່ນ​ບໍ່​ໄດ້​ລົງທຶນ​ອັນ​ໃດ​ເລີຍ. ລັດຖະບານ​ຍັງ​ເຮັດ​ການ​ປັບ​ໄໝ​ພວກ​ເຮົາ​ຕໍ່​ກັບ​ຄ່າ​ເສຍ​ຫາຍ​ເປັນ​ການ​ລົງ​ໂທດ​ອີກ 5 ລ້ານ​ໂດ​ລາ, ​ແລະ​ໃນ​ຕອນ​ທ້າຍ​ຂອງ​ການ​ພິຈາລະນາ​ຄະດີ​ຍັງ​ແຈ້ງ​ໃຫ້​ພວກ​ເຮົາ​ຮູ້​ວ່າ​ຈະ​ຍຶດ​ເອົາ​ທຸກ​ບັນຊີ​ຂອງ​ບໍລິສັດ​ສະ​ນໍາ​ຢູ່​ໃນ​ປະ​ເທດ. [​​ແຕ່​ແນວ​ໃດ​ກໍ່ຕາມ] ​ແຈ້ງ​ການ​ຍຶດ​ແມ່ນ​ໄດ້​ເຊັນ​ໄວ້​ສອງ​ວັນ​ກ່ອນ​ການ​ພິຈາລະນາ​ສືບສວນ​ຄະດີ. ດັ່ງ​ນັ້ນ ​ໂອກາດ​ທີ່​ມີ​ຄວາມ​ເປັນ​ທໍາ ​ແລະ​ເປັນກາງ​ໃນ​ການ​ພິຈາລະນາ​ຄະດີ​ຈິ່ງ​ມີ​ໜ້ອຍ​ທີ່​ສຸດ.”

ການ​ດໍາ​ເນີນ​ການ​ຂອງ​ລັດຖະບານ​ທີ່​ຈະ​ຍຶດ​ເອົາ​ຊັບ​ສິນ​ຂອງ​ບໍລິສັດ​ສະ​ນໍາ​ອາດ​ຈະ​ມີ​ຜົນ​ກະທົບ​ຮ້າຍ​​ແຮງ​ຕໍ່​ການ​ສະໝັກ​ເຂົ້າ​ເປັນ​ສະມາຊິກອົງການ ການ​ຄ້າ​ໂລກ (WTO), ​ແລະ​ມັນ​ຍັງ​ຈະ​ເຮັດ​ໃຫ້​ເກີດ​ການ​ວິພາກ​ວິ​ຈາກ​ຈາກ​ເວທີ​ທຸລະ​ກິດ​ສາກົນ. ບໍລິສັດ​ສະ​ນໍາ​ຈັດການ​ໂຄງການ​ໂຮງ​ແຮມ ​ແລະ​ກາ​ຊິ​ໂນ​ຫຼາຍ​ບ່ອນ​ທົ່ວ​ປະ​ເທດ​ລາວ, ​ແລະ​ກໍ່​ຍັງ​ເຫັນ​ວ່າ ການ​ກະທໍາ​ຂອງລັດຖະບານ​ແມ່ນ​ເປັນ​ການລະ​ເມີດ​ຕໍ່​ສົນທິສັນຍາ​ການ​ລົງທຶນ​ສາກົນ​ທີ່​​ໄດ້​ເຊັນ​ພາຍ​ໃຕ້​ການ​ຄຸ້ມ​ຄອງ​ຂອງ ICSID.

ທ່ານ ຈໍ​ດາລ ກ່າວ​ວ່າ “ບໍລິສັດ​ສະ​ນໍາ​ແມ່ນ​ເປັນ​ນາຍ​ຈ້າງ​ໃຫຍ່​ທີ່​ສຸດ​ຢູ່​ໃນ​ປະ​ເທດ”. “ພວກ​ເຮົາ [ຈ້າງ] ຄົນ​ລາວ​ຫຼາຍ​ກວ່າ 2000 ຄົນ [​ແລະ] ພວກ​ເຮົາ​ໄດ້​ຝຶກ​ລູກຈ້າງ​ຫຼາຍ​ກວ່າ 10,000 ຄົນ. ພວກ​ເຮົາ​ໄດ້​ຈ່າຍ​ເງິນ​ຫຼາຍ​ກວ່າ 7 ລ້ານ​ໂດ​ລາ​ເປັນ​ຄ່າ​ພາສີ ​ແລະ​ຄ່າ​ທໍາ​ນຽມ​ການ​ເຂົ້າ​ເມືອງ, ​ແລະ​ພວກ​ເຮົາ​ຍັງ​ໄດ້​ສ້າງ​ລາຍ​ຮັບ​ເປັນ​ຫຼາຍ​ສິບ​ລ້ານ​ໂດ​ລາ​ໃຫ້​ກັບ​ຄົນ​ລາວ ​ແລະ​ລາຍ​ຮັບ​ພາສີ​ຂອງ​ລັດຖະບານ. ພວກ​ເຮົາ​ໄດ້​ເຮັດ​ສິ່ງ​ທີ່​ດີ​ຫຼາຍ​ຢ່າງ​ໃຫ້​ກັບປະ​ເທດ ​ແລະ​ຮູ້ສຶກ​ວ່າ​ສິ່ງ​ທັງ​ໝົດ​ເຫຼົ່າ​ນັ້ນ​ແມ່ນ​ບໍ່​ມີ​ປະ​ໂຫຍ​ດອັນ​ໃດ​ເລີຍ. ຖ້າ​ອັນ​ນີ້​ເປັນ​ວິທີ​ການ​ທີ່​ລັດຖະບານ​ໃຫ້​ກຽດ​ເຄົາລົບ​ຕໍ່​ກັບ​ຄໍາ​ໝັ້ນ​ສັນຍາ​ຂອງ​ຕົນ​ເອງ​ແລ້ວ, ​ເຂົາ​ເຈົ້າ​ອາດ​ຈະ​ບໍ່​ທັນ​ພ້ອມ​ທີ່​ຈະ​ເຂົ້າ​ເປັນ​ສະມາຊິກ​ຂອງ​ອົງການ ການ​ຄ້າ​ໂລກ (WTO) ຫຼື​ການ​ທີ່​ຈະ​ເຂົ້າ​ໄປ​ສູ່​​ເວທີ​ຂະໜາດ​ໃຫຍ່​ຂອງ​ໂລກ.”

ທາງ fDi ​ໄດ້​ພະຍາ​ມຕິດ​ຕໍ່​ຟັງ​ຄໍາ​ຄິດ​ເຫັນ​ຂອງ​ລັດຖະບານ​ລາວ​ແລ້ວ, ​ແຕ່​ບໍ່​ໄດ້​ຄໍາ​ຕອບ​ຫຍັງ.

ທ່ານ ບຸນຍັງ ວໍລະຈິດ

♥ 22258

2 thoughts on “ບໍລິສັດ​ຖື​ຫຸ້ນ​ລາວ (Lao Holdings) ຮ້ອງ​ຟ້ອງ​ລັດຖະບານ

  1. ซอยกันแงงเด้อค่ะ คนลาวบ้านเฮากะซอยกัน จั๊งสิได้มีอยู่มีกินดีขึ่น อย่าให้เขาโกงเขากินคักหลาย

การแสดงความเห็นถูกปิด