Home

ລາຍງານຈາກສໍານັກຂ່າວຣອຍເຕີ: ພາຍຫຼັງທີ່ໄດ້ຖືກໂດດດ່ຽວມາເປັນຫຼາຍທົດສະວັດ, ຕົກຢູ່ໃນຄວາມທຸກຍາກ ແລະເປັນປະເທດທີ່ບໍ່ມີທາງອອກສູ່ທະເລ, ສປປ ລາວ ຈິ່ງບໍ່ເປັນທາງເລືອກສໍາລັບນັກລົງທຶນທີ່ໂດດເດັ່ນ.

ແຕ່ປະເທດຄອມມູນິດທີ່ມີປະຊາກອນ 6.4 ລ້ານຄົນ ຫວັງທີ່ຈະປ່ຽນແປງ ດ້ວຍການເຂົ້າຮ່ວມ ອົງການການຄ້າໂລກ (WTO) ຕາມທີ່ຄາດໄວ້ຢູ່ໃນວັນສຸກ, ຫຼາຍປີແຫ່ງການປະຕິຮູບຕໍ່ເນື່ອງທີ່ເຮັດໄດ້ລື່ນຄາດໝາຍ ທີ່ໄດ້ມຸ່ງໃສ່ໃນການສ້າງເສດຖະກິດທັນສະໄໝ ແລະການແຈ້ງຂ່າວການເຕີບໂຕທາງດ້ານເສດຖະກິດຂອງອາຊີຕາເວັນອອກສ່ຽງໃຕ້ ໃນຖານະທີ່ເປັນຜູ້ຜະລິດທົ່ວໂລກທີ່ຊອກຫາທາງເລືອກທີ່ມີລາຄາຕໍ່າກວ່າປະເທດຈີນ.

ທ່ານ ຮອລ ຮິລ (Hal Hill), ສາດສະດາຈານຈາກມະຫາວິທະຍາໄລແຫ່ງຊາດອົດສະຕາລີ ຜູ້ທີ່ມີຄວາມຊ່ຽວຊານໃນດ້ານເສດຖະກິດອາຊີຕາເວັນອອກສ່ຽງໃຕ້ກ່າວວ່າ “ເປັນທີ່ເຫັນໄດ້ວ່າປະຈຸບັນນີ້ນັ້ນ ສປປ ລາວ ມີການແຂ່ງຂັນຢ່າງແທ້ຈິງ, ເຊິ່ງບໍ່ຄືກັບເມື່ອກ່ອນ”.

ຫຼັງຈາກການເວົ້າກັນມາເປັນເວລາ 15 ປີ, ອົງການການຄ້າໂລກທີ່ມີສໍານັກງານຕັ້ງຢູ່ໃນນະຄອນຫຼວງເຈັນນິວາຄາດວ່າຈະຢືນຢັນຮັບເອົາ ສປປ ລາວ ເຂົ້າເປັນສະມາຊິກປະເທດທີ 157 ໃນວັນພະຫັດ. ສະພາແຫ່ງຊາດຂອງ ສປປ ລາວ ຄາດວ່າຈະໄດ້ໃຫ້ສັດຕະຍາບັນໃນປີ 2013, ເປັນການຍົກຍ້ອງຕໍ່ການເຄື່ອນໄຫວທີ່ສໍາຄັນສໍາລັບການຫຼຸດຜ່ອນອັດຕາຄວາມທຸກຍາກທີ່ສຸດຂອງອາຊີ.

ເຖິງແນວໃດກໍ່ຕາມ, ເຫັນໄດ້ວ່າການຫັນປ່ຽນແມ່ນມີຄວາມຫຍຸ້ງຍາກຢູ່. ການຫຼຸດຜ່ອນຂີດໝາຍຈໍາກັດສີແດງ ແລະການບັງຄັບໃຊ້ກົດລະບຽນທີ່ເອື້ອອໍານວຍໃຫ້ແກ່ທຸລະກິດກໍາລັງພິສູດໃຫ້ເຫັນວ່າເປັນເລື່ອງທີ່ຍາກລໍາບາກຂຶ້ນອີກສໍາລັບພັກປະຊາຊົນປະຕິວັດລາວ (LPRP) ຫຼາຍກວ່າການທີ່ຈະປາບປາມຝ່າຍຄັດຄ້ານທາງດ້ານການເມືອງ ແລະການກວດລ້າງຝ່າຍຕໍ່ຕ້ານຄອມມູນິສໃນລະຫວ່າງເກືອບສີ່ທົດສະວັດຂອງການເປັນຜະເດັດການ, ນັ້ນກໍ່ຄືການປົກຄອງໂດຍພັກດຽວ.

ຢູ່ໃນກໍລະນີການທົດສອບອັນໜຶ່ງທີ່ຈະເກີດຂຶ້ນໃນໄວໆນີ້ນັ້ນແມ່ນມີຜູ້ດໍາເນີນທຸລະກິດຄາຊິໂນທີ່ຕັ້ງຢູ່ໃນປະເທດມາເກົ໋າ ຊື່ບໍລິສັດລົງທຶນສະນໍາ ຈໍາກັດ ໄດ້ເລີ່ມການດໍາເນີນການຮ້ອງຟ້ອງເຮັດການແກ້ໄຂຢູ່ໃນລະດັບສາກົນ ຫຼັງຈາກທີ່ລັດຖະບານໄດ້ຍຶດເອົາຫຸ້ນຂອງບໍລິສັດຈໍານວນ 60 ເປີເຊັນຢູ່ໃນຄາຊິໂນທ່ານາແລ້ງ ໃນນະຄອນຫຼວງວຽງຈັນ, ສປປ ລາວ.

ປະທານຂອງບໍລິສັດສະນໍາ ທ່ານ ໂຈດີ ຈໍດາລ (Jody Jordahl) ກ່າວວ່າ ຫຸ້ນສ່ວນຝ່າຍລາວຂອງບໍລິສັດໄດ້ສົມຮູ້ຮ່ວມຄິດກັບ “ຄົນຜູ້ທີ່ມີອໍານາດສູງ” ເພື່ອເຂົ້າຍຶດເອົາຄາຊິໂນ ເມື່ອມັນເລີ່ມຕົ້ນສ້າງຜົນກໍາໄລດີຂຶ້ນ. ບໍລິສັດສະນໍາຍັງຈະສາມາດຖືກປົດອອກຈາກຫຸ້ນທີ່ມີຢູ່ໃນບໍລິສັດສະຫວັນເວກັສ (Savan Vegas) ຕໍ່ກັບການຄ້າງຊໍາລະພາສີລັດຖະບານ 23 ລ້ານໂດລາ ທີ່ທ່ານ ຈໍດາລ ກ່າວວ່າບໍ່ໄດ້ຢູ່ໃນສ່ວນຂອງຂໍ້ຕົກລົງຂອງເຂົາເຈົ້າ. ຜູ້ບໍລິຫານບໍລິສັດສະນໍາຫຼາຍຄົນຖືກຕັດສິນຈໍາຄຸກ.

“ເຂົາເຈົ້າມີກົດລະບຽບ ແຕ່ບໍ່ມີຄວາມຕັ້ງໃຈທີ່ຈະປະຕິບັດຕາມກົດລະບຽບນັ້ນ. ຖ້າວ່າອັນນີ້ເປັນວິທີການທີ່ເຂົາເຈົ້າປະຕິບັດຕໍ່ຜູ້ລົງທຶນຕ່າງປະເທດ, ເຫັນໄດ້ວ່າເຂົາເຈົ້າຈະບໍ່ທັນພ້ອມທີ່ຈະເຂົ້າຮ່ວມໃນເສດຖະກິດໂລກ” ນີ້ແມ່ນຄໍາກ່າວເພີ່ມຂອງທ່ານ ຈໍດາລ.

ທາງການລາວບໍ່ໄດ້ໃຫ້ຄໍາຕອບຕໍ່ການສະເໜີສໍາພາດເລີຍ.

ຂອບໃຈຕໍ່ການເຕີບໃຫຍ່ຂະຫຍາຍຕົວທາງດ້ານບໍ່ແຮ່ ແລະໄຟຟ້ານໍ້າຕົກ, ສປປ ລາວ ຢູ່ໃນໜຶ່ງໃນເສດຖະກິດທີ່ມີການຂະຫຍາຍຕົວໄວທີ່ສຸດຂອງອາຊີ, ເຊິ່ງມີການຂະຫຍາຍຕົວ 7.9 ເປີເຊັນໃນປີນີ້ ເຊິ່ງມີການຂະຫຍາຍຕົວເປັນຕົວເລກສອງຫຼັກໃນການສົ່ງອອກ ແລະນໍາເຂົ້າ, ອີງຕາມຂໍ້ມູນຈາກທະນາຄານພັດທະນາອາຊີ. ລົດຍີປຸ່ນ ແລະລົດສະປອດມີຢູ່ເຕັມໄປທົ່ວເສັ້ນທາງນະຄອນຫຼວງວຽງຈັນ.

ອີງຕາມການກ່າວຂອງອົງການການຄ້າໂລກ (WTO), ໄດ້ມີການອອກ ແລະດັດແກ້ກົດໝາຍ ແລະລະບຽບການຕ່າງໆຫຼາຍກວ່າ 90 ສະບັບ ເພື່ອໃຫ້ໄດ້ຕາມເງື່ອນໄຂຂອງກຸ່ມການຄ້າໂລກໃນການກະຕຸກຊຸກຍູ້ການປະຕິຮູບທີ່ຍັງເຫັນໄດ້ວ່າເປັນການເປີດຕະຫຼາດຫຼັກຊັບໃນປີ 2011 ແລະແຜນການທີ່ຈະຈັດກອງປະຊຸມສຸດຍອດອາຊີ-ເອີຣົບໃນເດືອນໜ້າ.

“ເສດຖະກິດຂັບເຄື່ອນດ້ວຍຊັບພະຍາກອນ”

ມີບາງຄົນໃຫ້ທັດສະນະວ່າການເຂົ້າເປັນສະມາຊິກອົງການການຄ້າໂລກຂອງ ສປປ ລາວ ແມ່ນເປັນຂີດໝາຍອັນສໍາຄັນທີ່ສຸດ. ໄດ້ມີການຕົກລົງເຫັນດີເລື່ອງອັດຕາພາສີນໍາເຂົ້າສິນຄ້າສູງສຸດສະເລ່ຍ 18.8 ເປີເຊັນ, ຈໍາກັດການໃຫ້ຄ່າຊົດເຊີຍການກະສິກໍາ ແລະຂໍ້ຜູກພັນສັນຍາການເຂົ້າຫາຕະຫຼາດຢູ່ໃນອຸດສາຫະກໍາ 10 ຂົງເຂດ. ເຖິງແນວໃດກໍ່ຕາມ, ທ່ານ ຮິລ (Hill) ເວົ້າວ່າ ການເຂົ້າເປັນສາມາຊິກຂອງອົງການການຄ້າໂລກ (WTO) ສາມາດຊ່ວຍໃຫ້ຜູ້ດໍາເນີນການປະຕິຮູບເພື່ອຊຸກດັນວາລະຂອງເຂົາເຈົ້າ.

ທ່ານກ່າວຕື່ມອີກວ່າ “ມີບາງຄັ້ງ ບັນດາຜູ້ປະຕິຮູບຢູ່ໃນບ້ານພົບເຫັນວ່າຈະເປັນເລື່ອງທີ່ງ່າຍກວ່າທີ່ຈະໃຫ້ໄດ້ການປະຕິຮູບຜ່ານການເຂົ້າຮ່ວມສະມາຄົມໃນລະດັບພາກພື້ນ ຫຼືສາກົນ. ມັນຈະເປັນການເນັ້ນໃສ່ການກວດເຊັກກ່ຽວກັບຄວາມກົດດັນຂອງຜູ້ຕໍ່ຕ້ານຫຼາຍຂຶ້ນຄືກັບກິດຈະການຂອງລັດຂະໜາດໃຫຍ່”.

ສປປ ລາວ ຍັງສາມາດຮຽນຮູ້ໄດ້ຈາກປະເທດເພື່ອນບ້ານທີ່ເປັນປະເທດຄອມມູນິສຂະໜາດໃຫຍ່ຄື: ຫວຽດນາມ ທີ່ໄດ້ເຂົ້າເປັນສະມາຊິກ WTO ໃນປີ 2007 ທີ່ໄດ້ເພີ່ມກໍາລັງການສົ່ງອອກ ແລະເລັ່ງການຫັນປ່ຽນຂອງຕົນເອງໄປສູ່ເສດຖະກິດທີ່ເຕີບໂຕໄວທີ່ສຸດປະເທດໜຶ່ງຂອງອາຊີ. ການປະຕິຮູບຢູ່ໃນປະເທດທີ່ມີພົນລະເມືອງ 89 ລ້ານຄົນແມ່ນໄດ້ຖ່ວງເວລາ ເນື່ອງຈາກວ່າທະນາຄານຕ່າງໆແຂ່ງຂັນກັນດ້ວຍການເຮັດໃຫ້ເກີດຄວາມເສຍຫາຍກັບໜີ້ເສຍຕ່າງໆ.

ເຊັ່ນດຽວກັນກັບຫວຽດນາມ, ສປປ ລາວ ໄດ້ເລີ່ມຕົ້ນເປີດເສດຖະກິດສັງຄົມນິຍົມຂອງຕົນເອງຢູ່ໃນປີ 1986.

ສປປ ລາວ ໄດ້ຮັບສິດທິພິເສດທາງການຄ້າຈາກຕະຫຼາດຕາເວັນຕົກ, ຈີນ ແລະ 10 ປະເທດໃນສະມາຄົມປະເທດອາຊີຕາເວັນອອກສ່ຽງໃຕ້ຮຽບຮ້ອຍ, ເຊິ່ງ ສປປ ລາວ ເປັນສະມາຊິກ ແລະເຊິ່ງກວາມເອົາ 70 ເປີເຊັນຂອງການສົ່ງອອກປະຈໍາປີຈໍານວນ 2.2 ຕື້ໂດລາ ຂອງຕົນເອງ.

“ສິ່ງທີ່ສົ່ງອອກໄປຈາກ ສປປ ລາວ ສ່ວນຫຼາຍແມ່ນແຮ່ທາດ, ສິນຄ້າພື້ນຖານ, ການສົ່ງອອກໄຟຟ້າຈາກເຂື່ອນໄຟຟ້ານໍ້າຕົກໄປໃຫ້ປະເທດໃນພາກພື້ນ” ນີ້ແມ່ນຄໍາກ່າວຂອງທ່ານ ເຄັນ ສະຕີເວັນ (Ken Stevens), ຫຸ້ນສ່ວນຈັດການຢູ່ໃນຜູ້ລົງທຶນຂ້າມຊາດ ບໍລິສັດລິໂອພາດ ຄາປິຕອລ (Leopard Capital). “ຂ້າພະເຈົ້າຄາດຫວັງໃຫ້ມີຄືກັນນີ້ຫຼາຍກວ່າ, ນັ້ນກໍ່ຄືເສດຖະກິດທີ່ຂັບເຄື່ອນດ້ວຍຊັບພະຍາກອນ.”

ແຕ່ການຜະລິດແມ່ນມີພາວະເພີ່ມຂຶ້ນ. ນັບຕັ້ງແຕ່ປີ 1990 ເປັນຕົ້ນມາ, ການຜະລິດແມ່ນມີການເຕີບໂຕປະຈໍາປີສະເລ່ຍ 12 ເປີເຊັນ, ເຊິ່ງເປັນກົງຈັກເລັ່ງສ່ວນແບ່ງຂອງຜະລິດຕະພັນລວມເຖິງ 20 ເປີເຊັນ ອີງຕາມບົດລາຍງານຂອງມະຫາວິທະຍາໄລແຫ່ງຊາດອົດສະຕາລີ (ANU) ປີ 2010. ສາມສ່ວນສີ່ແມ່ນເລື່ອງອາຫານ ແລະເຄື່ອງດື່ມ ແລະຜະລິດຕະພັນຕັດຫຍິບແມ່ນເປັນຜະລິດຕະພັນສົ່ງອອກທີ່ຜະລິດໄດ້ອັນໃຫຍ່ທີ່ສຸດອັນດຽວ.

ທ່ານ ຮິລ, ຜູ້ຂຽນຜົນການສຶກສາຂອງມະຫາວິທະຍາໄລແຫ່ງຊາດອົດສະຕາລີ ກ່າວວ່າ “ສໍາລັບເສດຖະກິດອັນບອບບາງຄືກັບຂອງປະເທດລາວນັ້ນ, ການຜະລິດທາງດ້ານການຕັດຫຍິບແມ່ນເປັນສິ່ງທີ່ສໍາຄັນຫຼາຍ”. “ມັນມີຄວາມສໍາຄັນກັບປະເທດໃຫ້ສາມາດແຂ່ງຂັນກັບການສົ່ງອອກ ‘ແບບໄປເລື້ອຍໆ’ ໃນບ່ອນທີ່ເຂົາເຈົ້າສາມາດແຂ່ງຂັນບົນພື້ນຖານຂອງການແຂ່ງຂັນແທ້ຈິງຫຼາຍກວ່າຈະເປັນການສະໜັບສະໜູນຈາກພາກລັດ.”

ກະລຸນາອ່ານບົດເລື່ອງທີ່ມີຢູ່ໃນທີ່ນີ້ຄື: http://www.reuters.com/article/2012/10/25/laos-wto-idUSL3E8LO2Q520121025

♥ 45871